ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໂອ້ລົມພະນັກງານຫຼັກແຫຼ່ງ
ຢູ່ກອງບັນຊາການທະຫານແຂວງສາລະວັນ


     ໃນທ້າຍເດືອນ ຕຸລາ 2023 ຜ່ານມານີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ
ຮອງຫົວໜ້າກົມໃຫຍ່ເສນາກອງທັບ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຢູ່ ກອງບັນຊາການທະຫານແຂວງສາລະ
ວັນ, ມີສະຫາຍ ພັນເອກ ສໍາລີ ແກ້ວວົງສອງ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສາລະວັນ,
ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງພັນລວມ, ກອງຮ້ອຍເອກກະລາດ,ໂຮງຮຽນ, ໂຮງໝໍ ແລະ ພະນັກງານຫຼັກແຫຼ່ງ
ເຂົ້າຮ່ວມ.

     ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສໍາເລັດໃນໄລຍະຜ່ານມາທີ່ ກອງບັນ
ຊາການທະຫານແຂວງສາລະວັນ ຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ໃນແຕ່ລະຂັ້ນຕ້ອງເອົາໃຈໃສ່ວຽກງານສຶກ
ສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ສາມະຊິກພັກ-ນັກຮົບເປັນປົກກະຕິກໍາແໜ້ນແນວທາງນະໂຍບາຍຂອງພັກ,
ກົດໝາຍລັດ, ກໍາແໜ້ນນິຕິກໍາຂອງຄະນະພັກຂັ້ນເທິງມາຈັດຕັ້ງປະຕິບັດເຊື່ອມຊຶມ ໃຫ້ພະນັກງານ-ນັກຮົບເຂົ້າໃຈຢ່າງຈະແຈ້ງ ຕໍ່
ແນວທາງການປ່ຽນແປງໃໝ່ຂອງພັກ ປະຕິບັດລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ເພື່ອຕອບ
ສະໜອງກັບຄວາມຮຽກຮ້ອງຕ້ອງການກັບໜ້າທີ່ການເມືອງຂອງກົມກອງໃນໄລຍະໃໝ່ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່
ກະຊວງປ້ອງກັນປະເທດວາງອອກ ໃຫ້ຄະນະພັກ-ຄະນະບັນຊາພ້ອມທັງພະນັກງານທຸກຂັ້ນຕ້ອງຍົກສູງການນໍາພາຮອບດ້ານສຸມໃສ່
ວຽກງານກຽມພ້ອມສູ້ຮົບ, ແກ້ໄຂປະກົດການຫຍໍ້ທໍ່ຕ່າງໆທີ່ເກີດຂື້ນ ເພື່ອຮັບປະກັນຂອບເຂດທີ່ຕົນຮັບຜິດຊອບໃຫ້ມີຄວາມສະຫງົບ
ໂດຍພື້ນຖານ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງໃຫ້ແຂງແຮງ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມສອດ
ຄ່ອງກັບວຽກງານຕົວຈິງ ແລະ ມີຄວາມເປັນເອກະພາບ ຍົກສູງຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ເອົາໃຈໃສ່
ກໍ່ສ້າງວຽກງານພັກ - ພະນັກງານ ໃຫ້ໜັກແໜ້ນເຂັ້ມແຂງ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປວດໃສ ເຂັ້ມແຂງ ໜັກແໜ້ນ ຖືເອົາ
ຄຸນນະພາບເປັນຫຼັກຕິດພັນກັບການສ້າງກອງ 3 ປອດ ແລະ ສ້າງກົມກອງວັດທະນະທໍາ-ນັກຮົບວັດທະນະທໍາ ພ້ອມທັງສ້າງພະນັກງານ
ລຸ້ນສືບທອດປ່ຽນແທນ ສຸມໃສ່ການຝຶກອົບຮົມຫັດແອບສິນລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວວ່ອງໄວ ແລະ ນໍາ
ພາກົມກອງກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ບຸນກອງ ຄໍາປະສົງ
ວັນທີ 03/11/2023